ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ພິທີປີດງານວາງສະແດງຜະລິດຕະພັນສິນຄ້າໃນໂອກາດສະເຫຼີມສະຫຼອງ
ວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ


     ໃນວັນທີ 18 ມັງກອນ 2024 ນີ້, ຢູ່ທີ່ສະໜາມເດີ່ນທາດຫຼວງວຽງຈັນ, ໄດ້ມີພິທີປີດງານວາງສະແດງຜະລິດຕະພັນສິນຄ້າ ໃນໂອກາດສະ
ເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີ ພາຍຫຼັງທີ່ໄດ້ດໍາເນີນໃນລະຫວ່າງວັນທີ 12-18 ມັງກອນ 2024, ໂດຍການ
ເປັນປະທານຂອງສະຫາຍ ພົນໂທ ວົງຄໍາ ພົມມະກອນ ກຳມະການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນໍາກະ
ຊວງປ້ອງກັນປະເທດ, ມີຄະນະນໍາບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ຜູ້ຕາງໜ້າບັນດາອົງການ, ກົມກອງອອ້ມຂ້າງກະຊວງປ້ອງກັນປະ
ເທດ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຈັນດີ ສຸລິວົງສັກ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ຄະນະ ຮັບຜິດຊອບຈັດງານໄດ້ຂຶ້ນຜ່ານຜົນສໍາເລັດ
ຂອງການຈັດງານໃນຕະຫຼອດ 7 ວັນຜ່ານມາ ໂດຍພາຍໃຕ້ການຊີ້ນໍາໂດຍກົງຂອງ ກະຊວງປ້ອງກັນປະເທດ ແລະ ການຮ່ວມໄມ້ຮ່ວມມືຂອງບັນ
ດາອົງການ, ກົມກອງກ່ຽວຂ້ອງໄດ້ສ້າງເງື່ອນໄຂອໍານວຍຄວາມສະດວກຮອບດ້ານໃຫ້ແກ່ການຈັດງານວາງສະແດງ ຜະລິດຕະພັນ-ສິນຄ້າ ເພື່ອສະ
ເຫຼີມສະຫຼອງວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 75 ປີໄດ້ສໍາເລັດຜົນ ຕາມຈຸດປະສົງຄາດໝາຍວາງໄວ້ສະແດງອອກຄື: ໄດ້ຮັບປະກັນ
ສະຖານທີ່ (ເດີ່ນທາດຫຼວງ) ເນື້ອທີ່ 2 ເຮັກຕາ ພ້ອມທັງສິ່ງອຳນວຍຄວາມສະດວກຕ່າງໆ ພຽງພໍສໍາລັບການຈັດງານ, ໄດ້ເຊື້ອເຊີນ ແລະ ອໍານວຍ
ຄວາມສະດວກໃຫ້ 54 ຫົວໜ່ວຍ ແລະ 98 ຮ້ານ (ບູດ) ສິນຄ້າເຂົ້າຮ່ວມ, ທຽບໃສ່ແຜນການເກີນ 4 ຫົວໜ່ວຍ ແລະ 3 ບູດ, ບັນດາຫົວໜ່ວຍ
ໄດ້ນໍາເອົາຜະລິດຕະພັນ-ສິນຄ້າເຂົ້າວາງສະແດງຄົບຖ້ວນ ຕາມລາຍການທີ່ຄະນະຮັບຜິດຊອບຈັດງານກໍານົດ, ໃນນັ້ນສິນຄ້າທີ່ໄດ້ຮັບຄວາມນິຍົມ
ຫຼາຍແມ່ນ: ປະເພດເຄື່ອງນຸ່ງຫົ່ມ, ເຄື່ອງຫັດຖະກຳລາວ, ຢາບຳລຸງສຸຂະພາບ, ຜະລິດຕະພັນກະສິກຳ (ພືດ, ຜັກ, ໝາກໄມ້ສົດ ເບ້ຍໄມ້, ຊາ,
ອາຫານລາວ, ອາຫານຣັດເຊຍ, ໄຂ່ ແລະ ອື່ນໆ ພ້ອມນັ້ນໄດ້ໂຄສະນາ, ປະຊາສຳພັນ, ດູດດຶງແຂກເຂົ້າຊົມງານຫຼາຍກວ່າ 1.200 ເທື່ອຄົນຕໍ່ວັນ
ໃນນັ້ນ ມີບັນດາກົມກອງໃຈກາງນະຄອນຫລວງ, ອົງການຈັດຕັ້ງແນວລາວ ສ້າງຊາດ, ມວນຊົນ, ນັກຮຽນ, ນັກສຶກສາເຂົ້າມາທ່ຽວຊົມຢ່າງຫຼວງ
ຫຼາຍໃນຕະຫຼອດການຈັດງານແມ່ນສາມາດຮັບປະກັນຄວາມສະຫງົບປອດໄພໄດ້ 100% ໂດຍໄດ້ນໍາໃຊ້ກໍາລັງເຈົ້າໜ້າທີ່ ແລະ ກຳລັງວິຊາສະເພາະ
70 ສະຫາຍ, ລົດມອດໄຟ 2 ຄັນ, ລົດແພດ 1 ຄັນປະຈຳການຕະຫຼອດ 24 ຊົ່ວໂມງ ເຊິ່ງບັນຍາກາດໂດຍລວມໃນຕະຫຼອດໄລຍະຈັດງານເຫັນ
ວ່າເປັນຂະບວນຟົດຟື້ນ, ສ້າງຄວາມສົນໃຈຂອງຜູ້ເຂົ້າຊົມ, ມີຄວາມສະຫງົບປອດໄພ ແລະ ຮຽບຮ້ອຍດີ, ໃນທຸກໆຄໍ່າຄືນໄດ້ມີການສະແດງສິນ
ລະປະວັນນະຄະດີ ແລະ ສາຍຮູບເງົາ ໃນພິທີຍັງໄດ້ມອບໃບຢັ້ງຢືນໃຫ້ແກ່ບັນດາຫົວໜ່ວຍທຸລະກິດ, ບໍລິສັດ, ຫ້າງຮ້ານ ຕື່ມອີກ.

     ໂອກາດນີ້, ສະຫາຍ ພົນໂທ ວົງຄໍາ ພົມມະກອນ ກໍໄດ້ກ່າວປິດພິທີງານວາງສະແດງຜະລິດຕະພັນສິນຄ້າໃນຄັ້ງນີ້ ເປັນການປະກອບສ່ວນ
ເຮັດໃຫ້ງານເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນ ລາວຄົບຮອບ 75 ປີເຕັມໄປດ້ວຍເນື້ອໃນອຸດົມສົມບູນ, ມີຄວາມໝາຍເລິກເຊິ່ງ, ມີບັນ
ຍາກາດຟົດຟື້ນ ມາຮອດນີ້ໄດ້ສໍາເລັດຕາມວັດຖຸປະສົງຄາດໝາຍທີ່ວາງໄວ້ ເຊິ່ງບັນດາຜະລິດຕະພັນທີ່ນໍາມາວາງຂາຍລ້ວນແຕ່ສ່ອງແສງໃຫ້ເຫັນ
ຜົນສໍາເລັດໃນການຄິດຄົ້ນ ແລະ ປະຍຸກຂອງກອງທັບເຮົາຕາມທິດນຳເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ຂອງບັນດາກົມກອງ
ທັງເປັນການໂຄສະນາມູນເຊື້ອອັນສະຫງ່າງາມ ແລະ ເຕີບໃຫຍ່ ເຂັ້ມແຂງຂອງກອງທັບຕະຫຼອດໄລຍະ 75 ປີທີ່ຜ່ານມາ.

ແຫຼ່ງຂ່າວໂດຍ ສົມຄິດ
ວັນທີ 19/01/2024